skip to Main Content

ຄວາມເປັນມາຂອງແຮນດີ

ແນວຄວາມຄິດ ເລີ່ມຈາກພວກເຮົາ ສັງເກດເຫັນວ່າ ບຸກຄົນທົ່ວໄປ ທີ່ຕ້ອງການ ບໍລິການເລັກໆນ້ອຍໆ ທີ່ບໍ່ເປັນອັນປະຈໍາ ແຕ່ເຂົ້າເຖິງ ຜູ້ຮັບເໝົາໄດ້ຈໍາກັດ, ບໍ່ຮູ້ຈະຫາບໍລິການນັ້ນໄດ້ຈາກໃສ ແລະ ຫຍຸ້ງຍາກ ໃນການຕັດສິນໃຈເລືອກ ເພາະຂໍ້ມູນ ຂອງຜູ້ໃຫ້ບໍລິການ ບໍ່ພຽງພໍ ໃນການຕັດສິນໃຈ.

ອີກດ້ານໜຶ່ງ ຜູ້ໃຫ້ບໍລິການ ທັງທີ່ເປັນນິຕິບຸກຄົນ, ຜູ້ຮັບເໝົາ ອິດສະຫຼະ ແລະ ລວມໄປເຖິງຄົນທົ່ວໄປ ທີ່ຢາກຫາລາຍໄດ້ເສີມ ທີ່ນອກເໜືອຈາກເງິນເດືອນປະຈໍາ ຍັງເຂົ້າບໍ່ເຖິງຜູ້ທີ່ຕ້ອງການຈ້າງ ເຮັດໃຫ້ເສຍໂອກາດໃນການສ້າງລາຍຮັບ, ນອກນັ້ນ ຍັງລວມໄປ ເຖິງນັກຮຽນ ນັກສຶກສາຈົບໃໝ່ ທີ່ຕ້ອງການຫາປະສົບການ ຈາກການ ເຮັດວຽກຈິງ ແຕ່ບໍ່ສາມາດເຂົ້າເຖິງຜູ້ໃຊ້ບໍລິການ ໂດຍກົງໄດ້.

ພວກເຮົາເຫັນໄດ້ເຖິງໂອກາດ ໃນການເຊື່ອມຕໍ່, ຕອບໂຈດຄວາມ ຕ້ອງການຂອງຜູ້ຊົມໃຊ້ ແລະ ສ້າງໂອກາດ, ສ້າງວຽກເຮັດງານທໍາ ໃຫ້ແກ່ຜູ້ໃຫ້ບໍລິການ ໂດຍການນໍາໃຊ້ເຕັກໂນໂລຊີ, ນໍາໃຊ້ອຸປະກອນ ອີເລັກໂຕຣນິກ ມາເປັນສື່ກາງໃນການເຊື່ອມຕໍ່ ແລະ ຍັງເປັນພື້ນທີ່ ຕະຫຼາດໃໝ່ ໂດຍນໍາໃຊ້ທ່າແຮງ ດ້ານຂີດຄວາມສາມາດ ຂອງ ນັກພັດທະນາໂປຣແກຣມ ໃນປະເທດ ແລະ ສິ່ງອໍານວຍຄວາມສະດວກ ທາງເຕັກໂນໂລຊີ ໃນຍຸກປະຈຸບັນ ເຮັດໃຫ້ພວກເຮົາໄດ້ສ້າງຕ້ອງ ບໍລິສັດ ແຮນດີ ຈໍາກັດຂື້ນ ໃນເດືອນ ກຸມພາ ປີ 2020.

ພວກເຮົາ ສັນຍາວ່າ ຈະສັນສ້າງຄວາມຄິດ, ນຳໄປພັດທະນາ ແລະ ເອົາມາປະຍຸກໃຊ້ ເພື່ອໃຫ້ເຕັກໂນໂລຊີດິຈິຕ໋ອນ ເຂົ້າມາມີບົດບາດໃນການພັດທະນາ ຄຸນນະພາບຊີວິດ ຂອງຄົນໃນສັງຄົມ.

ວິຊຸນ ນະວຽງຈັນ

ຜູ້ກໍ່ຕັ້ງ

ອໍານວຍການໃຫຍ່

ເພັດດາວອນ ຄ້ານໍເພັດ

ຜູ້ກໍ່ຕັ້ງ

ອໍານວຍການດ້ານເຕັກໂນໂລຊີ

ໄຊຍະວົງ ເວດສະພົງ

ຜູ້ກໍ່ຕັ້ງ

ອໍານວຍການດ້ານການຕະຫຼາດ

Back To Top
en_GB