skip to Main Content

ຍິນດີຕ້ອນຮັບສູ່
Handee
ແພລັດຟອມເທິງມືຖື ທຳອິດ ໂດຍຄົນລາວທີ່ຈະຊ່ວຍສົ່ງເສີມ
ການສ້າງວຽກເຮັດງານທຳໃຫ້ຄົນພາຍໃນສັງຄົມລາວ, ສະດວກ
ສະບາຍ, ດ້ວຍຮູບແບບທີ່ງ່າຍໃນການນຳໃຊ້ ແລະ ມາພ້ອມ
ຄຸນປະໂຫຍດອີກນາໆປະການ.
Download Now for Free

Handee ເຮັດວຽກແນວໃດ ?

ສ້າງປະກາດ

ທຸກເວລາທີ່ທ່ານຕ້ອງການບໍລິການ ງ່າຍໆພຽງປະກາດຄວາມຕ້ອງການນັ້ນ ໃນ Handee.

ເຂົ້າເຖິງຜູ້ໃຫ້ບໍລິການ

ລະບົບຈະປະມວນ ຈັບຄູ່ຄວາມຕ້ອງການ ແລະ ເຊື່ອມຕໍ່ທ່ານເຂົ້າເຖິງຜູ້ໃຫ້ບໍລິການ ອິດສະຫຼະທີ່ກົງກັບເງື່ອນໄຂທີ່ຕ້ອງການ.

ພິຈາລະນາງ່າຍ ດ້ວຍໂຕເລືອກຫຼາກຫຼາຍ

Handee ຮວມເອົາທຸກໆການສະເໜີລາຄາ ພ້ອມລາຍລະອຽດໄວ້ໃນໜ້າດຽວ ເພື່ອສະດວກໃນການຕັດສິນໃຈ

ໃຊ້ຟຣີບໍ່ມີຄ່າໃຊ້ຈ່າຍ

Handee ອຳນວຍຄວາມສະດວກໃນການ ເຂົ້າເຖິງການບໍລິການໃຫ້ແກ່ທ່ານ ແລະ ສ້າງວຽກ ເຮັດງານທຳໃຫ້ແກ່ຜູ້ໃຫ້ບໍລິການ. ຄຸນປະໂຫຍດທັງໝົດດ້ວຍຄ່າໃຊ້ຈ່າຍ 0 ກີບ.

ເມື່ອທ່ານພົບບັນຫາ ແລະ ຕ້ອງການບໍລິການ !

ງ່າຍໆພຽງແຕ່ເປີດໃຊ້ Handee ແລ້ວປະກາດຫາບໍລິການທີ່ທ່ານຕ້ອງການ. ລະບົບຈະເຮັດໜ້າທີ່ປະເມີນຜົນ ແລະ ຈັບຄູ່ຄວາມຕ້ອງການ ຈາກນັ້ນເຊື່ອມຕໍ່ທ່ານເຂົ້າຫາຜູ້ໃຫ້ບໍລິການອິດສະຫຼະ ທີ່ກົງກັບເງື່ອນໄຂ ໃນທັນທີ.

ພົບບໍລິການຂອງທ່ານ

ພຽງປາຍນິ້ວ

  • ປະກາດຄວາມຕ້ອງການໂດຍບໍ່ມີຄ່າໃຊ້ຈ່າຍ
  • ມີໝວດບໍລິການທີ່ຫຼາກຫຼາຍ
  • ໂປ່ງໃສ ບໍ່ມີຄ່າທຳນຽມໃນການຈ້າງງານ
  • ງ່າຍໃນການເຂົ້າເຖິງຜູ້ຮັບເໝົາ
  • ຂໍ້ມູນປະສົບການຊ່ວຍໃນການຕັດສິນໃຈ

ອິດສະຫຼະ

ໃນການເຮັດວຽກທີ່ມັກ

  • ປະກາດຄວາມຕ້ອງການໂດຍບໍ່ມີຄ່າໃຊ້ຈ່າຍ
  • ມີໝວດບໍລິການທີ່ຫຼາກຫຼາຍ
  • ໂປ່ງໃສ ບໍ່ມີຄ່າທຳນຽມໃນການຈ້າງງານ
  • ງ່າຍໃນການເຂົ້າເຖິງຜູ້ຮັບເໝົາ
  • ຂໍ້ມູນປະສົບການຊ່ວຍໃນການຕັດສິນໃຈ

Handee ບໍ່ໄດ້ເປັນພຽງແຄ່ແອັບ

ພວກເຮົາພູມໃຈທີ່ຈະສ້າງລະບົບທີ່ໂດດເດັ່ນພ້ອມຄຸນນະສົມບັນທີ່ສາມາດສະໜອງຄຸນຄ່າດ້ານປະສິດທິພາບໃຫ້ກັບຊີວິດຂອງທ່ານ.

ການແຈ້ງເຕືອນແບບທັນທີ

ທ່ານຈະບໍ່ພາດໂອກາດ ໃນການຮັບຮູ້ຄວາມເຄື່ອນໄຫວໃດໆ ທີ່ເກີດຂຶ້ນໃນລະບົບທີ່ກ່ຽວຂ້ອງກັບທ່ານ ເຊິ່ງລະບົບ ຈະເຮັດວຽກໂດຍການສົ່ງການແຈ້ງເຕືອນ ໄປຫາຜູ້ໃຫ້ບໍລິການທີ່ກ່ຽວຂ້ອງ ໃນທັນທີ ທີ່ມີການປະກາດ ຫຼື ມີຄວາມຕ້ອງການດ້ານບໍລິການ ໜື່ງໆຈາກຜູ້ໃຊ້ງານໃນລະບົບ.

ຮູບແບບຂອງແອັບທີ່ງ່າຍໃນການນຳໃຊ້

ເພີດເພີນໄປກັບການນຳໃຊ້ລະບົບຂອງພວກເຮົາ, ດ້ວຍຮູບແບບ ໜ້າຕາທີ່່ງ່າຍໃນການນຳໃຊ້, ສະແດງ ຜົນດ້ວຍພາບທີ່ສວຍງາມ ຜ່ານລະບົບ ແລະ ເນັ້ນການອອກແບບມາເພື່ອ ໃຫ້ຜູ້ໃຊ້ງານເຂົ້າໃຈງ່າຍທີ່ສຸດ.

ມີສ່ວນຮ່ວມໃນການພັດທະນາສັງຄົມ

ດ້ວຍຄວາມຕັ້້ງໃຈທີ່ຈະເປັນສ່ວນໜື່ງທີ່ຊ່ວຍແກ້ໄຂບັນຫາ ການຫວ່າງງານພາຍໃນສັງຄົມ ໂດຍການ ເປັນໂຕກາງ, ຊ່ອງທາງທີ່ຊ່ວຍໃຫ້ຄົນໃນສັງຄົມສາມາດສື່ສານ ແລະ ສົ່ງເສີມເຊິ່ງກັນແລະກັນ ໃນດ້ານວຽກບໍລິການ ເພື່ອການພັດທະນາພາຍໃນແບບຍືນຍົງ.

ການສ້າງໂອກາດ

ແນ່ນອນ ລະບົບຈະຊ່ວຍສ້າງໂອກາດ ແລະ ຄວາມສະດວກສະບາຍ ໃນການເຂົ້າເຖິງ ບັນດາວຽກຕ່າງໆ ໃຫ້ກັບຫລາຍຄົນ ໂດຍສະເພາະກໍຄືນ້ອງໆນັກສຶກສາ, ຜູ້ທີ່ຮຽນຈົບໃໝ່ ຫຼື ຜູ້ທີ່ມີທັກສະສີມືຢູ່ແລ້ວກໍ່ຕາມ ໃຫ້ໄດ້ມີໂອກາດເກັບກ່ຽວປະສົບການ ແລະ ຫາລາຍໄດ້ເສີມ ຜ່ານລະບົບຂອງພວກເຮົາ.

Back To Top
lo